ຄວາມເປັນມາຂອງ ສູນ ບີຟໍລາວ

ສູນຝຶກອົບຮົມ ພາສາອັງກິດ-ຄອມພິວເຕີ ບີຟໍລາວ ແມ່ນເປັນສູນຂອງເອກະຊົນທີ່ກໍ່ຕັ້ງຂື້ນໃນປີ 01/11/2016 ໂດຍມີ ທ່ານ ນາທານ ອິນທະສອນ ເປັນຜູ້ອຳນວຍການ ແລະ ເປັນຜູ້ກໍ່ຕັ້ງໂດຍຢູ່ໃນ ຄວາມຊ່ວຍເຫຼືອ ແລະ ສະໜັບສະໜູນໂດຍ ທ່ານ ປຣາຟິກ ອິນທະສອນ (ຜູ້ເປັນບິດາ) ແລະ ທ່ານ ນາງ ສຸກວນ ພຣະສະຫວັດ (ມານດາ) ໂດຍມີເປົ້າໝາຍຫຼັກເພື່ອເປັນສູນເສີມທັກສະທາງການເຮັດວຽກ. ໂດຍສະເພາະຄວາມສາມາດທາງດ້ານ ພາສາອັງກິດ ແລະ ຄອມພິວເຕີ.

ນອກຈາກນັ້ນ, ທາງສູນເພື່ອຝຶກອົບຮົມຍັງມີການສອນອາຊີບເສີມໃຫ້ນັກຮຽນທີ່ມີຄວາມສົນໃຈໃນການເຮັດອາຊີບ ແລະ ທຸລະກິດ ສ່ວນຕົວອີກດ້ວຍ ເຊັ່ນ: ຊ່າງໄມ້, ເສີມສວຍ, ຕັດຫຍິບ, ຊ່າງເຂົ້າໜົມ ແລະ ການກະເສດ (ພືດສວນຄົວ ແລະ ການລ້ຽງສັດຂະໜາດນ້ອຍ) ເປັນຕົ້ນ ແລະ ມີຊັ້ນຮຽນພິເສດໂດຍສະເພາະເດັກນ້ອຍຕັ້ງແຕ່ 6-12 ປີ ເຊັ່ນ: ດົນຕີ, ພາສາອັງກິດ ແລະ ຄອມພິວເຕີດ້ວຍ.

ປະຈຸບັນ, ທາງສູນໄດ້ດຳເນີນການຮຽນການສອນ ປະມານ 2 ປີແລ້ວ ແລະ ຍັງມີການປັບປຸງກໍ່ສ້າງອາຄານ ແລະ ຫຼັກສູດເພື່ອໃຫ້ເໝາະສົມ ແລະ ກາຍເປັນສູນຝຶກອົບຮົມ ທີ່ມີປະສິດທິພາບ ແລະ ປະສິດທິຜົນໃຫ້ໄດ້ມາດຕະຖານເພື່ອຕອບສະໜອງຕໍ່ນະໂຍບາຍຂອງ ພັກ ແລະ ລັດໃນການເສີມສ້າງບຸກຄະລາກອນທີ່ມີ ຄຸນນະພາບເພື່ອສັງຄົມຕໍ່ໄປ.

     
 
  • ວິຊາ ພາສາອັງກິດ

  • ວິຊາ ຄອມພິວເຕີ

  • ວິຊາ ເຂົາຫນົມ ເບັກເກີຣີ້

  • ວິຊາ ຊ່າງໄມ້

  • ວິຊາ ຕັດຫຍິບ

  • ວິຊາ ເສີມສວຍ

  • ວິຊາ ການກະເສດ (ພືດສວນຄົວ)