
ຂັ້ນພື້ນຖານ
- 
ຝຶກທັກສະໃນການຟັງ ແລະ ຄວາມເຂົ້າໃຈພາສາອັງກິດຂັ້ນພື້ນຖານ 
- 
ຮຽນຮູ້ອັກສອນ ແລະ ຫຼັກການອ່ານຄຳສັບໃນພາສາອັງກິດ 
- 
ຝຶກທັກສະໃນການເວົ້າພາສາອັງກິດທີ່ໃຊ້ໃນຊີວິດປະຈຳວັນ 
- 
ຝຶກທັກສະໃນການຂຽນຄຳສັບ, ສຳນວນທີ່ມັກໃຊ້ ແລະ ປະໂຫຍກຕ່າງໆ 
- 
ຝຶກທັກສະໃນການສົນທະນາພາສາອັງກິດ ເພື່ອນຳໃຊ້ທັກສະທັງໝົດ 
ຂັ້ນພື້ນຖານ
- 
ເນັ້ນການບົດສົນທະນາ, ຄຳສັບ ແລະ ສຳນວນທີ່ໃຊ້ໃນຊີວິດຈິງໃນທຸກສະຖານະການ 
- 
ຝຶກທັກສະໃນການຟັງບົດເລື່ອງສັ້ນ ແລະ ທົດສອບຄວາມເຂົ້າໃຈໂດຍຄຳອະທິບາຍຂອງຜູ້ຮຽນ 
- 
ຝຶກທັກສະໃນການອ່ານບົດຄວາມ ແລະ ຂ່າວສານ ໃຫ້ຖືກຕ້ອງພ້ອມ ແປຄວາມໝາຍ 
- 
ຝຶກທັກສະໃນການເວົ້າກັບຄູ່ສົນທະນາ, ການພັນລະນາ, ບອກຄວາມໝາຍ ແລະ ອື່ນໆ 
- 
ຮຽນຮູ້ໄວຍາກອນບາງສ່ວນຈາກລະດັບຕົ້ນເຖິງລະດັບກາງ 
- 
ແນະນຳການໃຊ້ງານວັດຈະນານຸກົມອັງກິດ-ອັງກິດ 
ຂັ້ນສູງ
- 
ຮຽນຮູ້ຄຳສັບສຳລັບວິຊາຊີບດ້ານທຸລະກິດ, ການຂຽນຈົດໝາຍ ແລະ ຊີວະປະຫວັດຫຍໍ້ໃນການເຮັດວຽກ 
- 
ການອ່ານບົດຄວາມກ່ຽວກັບທຸລະກິດ ແລະ ເຮັດບົດຝຶກຫັດ 
- 
ຮຽນຮູ້ການສົນທະນາພາສາອັງກິດໃນທີ່ເຮັດວຽກ, ເຄື່ອງມື ແລະ ອຸປະກອນໃນຫ້ອງການ 
- 
ທັກສະໃນການນຳສະເໜີບົດລາຍງານຕ່າງໆໃນພາສາອັງກິດ 
- 
ການແປຂ່າວສານໂດຍຈັດລຳດັບຄວາມຍາກງ່າຍໃຫ້ແຕ່ 1-3 ລະດັບທີ່ເນັ້ນທັກສະໃນການຟັງ, ອ່ານ, ເວົ້າ ແລະ ຂຽນໄປພ້ອມກັນ 
- 
ແນະນຳການຮຽນຕໍ່ພາສາອັງກິດດ້ວຍຕົນເອງແບບມີປະສິດທິພາບພ້ອມທັງມີການທົດສອບໃຫ້ເຫັນໃນຕົວຈິງຂອງຊ່ວງ ຮຽນຫຼັງຈາກຮຽນຈົບໄປສາມາດນຳໃຊ້ເທັກນິກດັ່ງກ່າວຮຽນດ້ວຍຕົນເອງ 
- 
ແນະນຳການໃຊ້ງານວັດຈະນານຸກົມອັງກິດ-ອັງກິດທົ່ວໄປ ແລະ ສຳລັບທຸລະກິດ ເພື່ອຮຽນຮູ້ແບບມືອາຊີບ ພ້ອມທັງນຳສະເໜີໄວຍາກອນຂັ້ນກາງຈົນເຖິງຂັ້ນສູງ 
 
										 
										
 
						